ຄະນະໂຄສະນາອົບຮົມແຂວງ ເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ.
ໃນຕອນບ່າຍ ຂອງວັນທີ 23 ຕຸລາ 2025, ເວລາ 13:30 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ III ປີ 2025 ຢູ່ທີ່ຫ້ອງປະຊຸມຂອງພະແນກແຜນການ ແລະ ການລົງທຶນແຂວງ ມີມະຫາຊົນຜູ້ກ້າວໜ້າມາຈາກ 1 ໜ່ວຍພັກຮາກຖານ ແລະ 5 ຄະນະພັກຮາກຖານ ອ້ອມຂ້າງແຂວງ ເຂົ້າຮຽນທັງໝົດ 17 ສະຫາຍ, ຍິງ 08 [...]