ໃນວັນທີ 12 ມັງກອນ 2021 ເວລາ 8:30 ໂມງ ພະແນກແຜນການ ແລະ ການລົງທືນ ແຂວງວຽງຈັນ ໄດ້ຈັດຕັ້ງປາຖະກະຖາ 2 ວັນປະຫວັດສາດສຳຄັນຄື: ວັນຊາດທີ 2 ທັນວາ ຄົບຮອບ 45 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ຢູ່ທີ່ຫ້ອງປະຊຸມຊັ້ນສອງຂອງພະແນກແຜນການ ແລະ ການລົງທຶນແຂວງວຽງຈັນ.
ໂດຍໃຫ້ກຽດ ຂຶ້ນປາຖະກະຖາ ຂອງທ່ານ ຈັນທະວົງ ບົວລະພັນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ເຂົ້າຮ່ວມມີບັນດາຮັກສາການຫົວໜ້າ, ຮອງພະແນກ, ຫົວໜ້າສູນສະຖະຕິ, ຫົວໜ້າຂະແໜງ, ຮອງຂະແໜງ, ຕະຫຼອດຮອດສະມາຊິກພັກ-ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມທັງໝົດ 38 ທ່ານ ແລະ ຍິງ 17 ທ່ານ.
ໃນພິທີ ທ່ານ ຈັັນທະວົງ ບົວລະພັນ ຮອງຄະນະໂຄສະນາອົບຮົມແຂວງ ໄດ້ເລົ່າເຖິງມູນ ເຊື້ອ, ປະຫວັດຄວາມເປັນມາຂອງ ສປປ ລາວ, ຄວາມໝາຍຄວາມສຳຄັນຂອງວັນຊາດ ທີ 2 ທັນວາ, ມູນເຊື້ອການຕໍ່ສູ້ອັນສະຫງ່າອົງອາດ ແຫ່ງການຕໍ່ສູ້ຕ້ານການຮຸກຮານຂອງສັດຕູ ແລະ ຍົກໃຫ້ເຫັນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະ 45 ປີ; ນອກນັ້ນ, ທ່ານຍັງຍົກໃຫ້ເຫັນເຖິງຜົນງານ, ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ, ແມ່ນນັກຮັກຊາດ, ນັກປະຕິວັດທີ່ຍິ່ງໃຫຍ່, ວິລະບູລຸດທີ່ປີຊາສາມາດ, ສະຫຼາດສ່ອງໃສ, ສະດຸງໄວ ແລະ ຕັ້ງໜ້າຮໍ່າຮຽນເອົາທັດສະນະ ແນວຄິດ, ຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນວິທີດຳລົງຊີວີດຂອງປະທານ ໄກສອນ ພົມວິຫານ ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງພັກ, ຂອງຊາດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າ, ມູນເຊື້ອອັນດີງາມໃຫ້ຍືນຍົງຕະຫຼອດໄປ ແລະ ໃນຕອນທ້າຍ ທ່ານຍັງໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ VI ຕື່ມອີກ ເຊິ່ງໄດ້ຍົກໃຫ້ເຫັນຜົນງານການນຳຂອງອົງຄະນະພັກແຂວງ ແຕ່ລະຂັ້ນ, ເຫັນໄດ້ຜົນງານ ແລະ ຜົນສຳເລັດອັນໃຫຍ່ຫຼວງ, ການສ້າງສາພັດທະນາແຂວງວຽງຈັນ ໃນຫຼາຍດ້ານ.
ພາບ ແລະ ຂຽນໂດຍ: ທອງຄຳ ບຸນປັນ
ໃນຕອນເຊົ້າຂອງວັນທີ 14 ທັນວາ 2020 ເວລາ 8:30 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ສົມທົບກັບຫ້ອງວ່າການປົກຄອງແຂວງ ໄດ້ໂຮມຊຸມນຸມ ເພື່ອຈັດຕັ້ງການລະນຶກ ແລະ ສະເລີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ຜົນສຳເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງ ຈັນ ຄັ້ງທີ VI ຢູ່ທີ່ສະໂມສອນໃຫຍ່ຂອງຫ້ອງວ່າການປົກຄອງແຂວງວຽງຈັນ. ໂດຍໃຫ້ກຽດເປັນປະທານຂອງທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆວຽງຈັນ; ເຂົ້າຮ່ວມມີບັນດາການນຳຂອງແຂວງ, ການນຳຂອງເມືອງ, ກອງບັນຊາການ ປກສ-ປກຊ, ຫົວໜ້າພະແນກ, ຮອງພະແນກ, ເລຂາພັກບ້ານ, ສະມາຊິກພັກ, ພະນັກງານ-ລັດ ຖະກອນ, ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມທັງໝົດ 309 ທ່ານ, ຍິງ 87 ທ່ານ.
ໃນພິທີທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ແຂວງ ເຈົ້າແຂວງໆວຽງຈັນ ໄດ້ເລົ່າເຖິງມູນເຊື້ອ ແລະ ຄວາມໝາຍສຳຄັນຂອງວັນຊາດທີ 2 ທັນ ວາ ເຊິ່ງແມ່ນມູນເຊື້ອອັນສະຫງ່າອົງອາດ ແຫ່ງການຕໍ່ສູ້ຕ້ານການຮຸກຮານຂອງສັດຕູຈາກພາຍນອກ ແລະ ຍົກໃຫ້ເຫັນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະ 45 ປີ; ໃນໂອກາດດຽວກັນນັ້ນ, ທ່ານຍັງຍົກໃຫ້ເຫັນເຖິງຜົນງານ, ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ເຊິ່ງແມ່ນລູກຮັກຫຼານແພງຂອງປະຊາຊົນລາວບັນດາເຜົ່າ, ແມ່ນຜູ້ຮັກຊາດ, ນັກປະຕິ ວັດທີ່ຍິ່ງໃຫຍ່ຂອງຊາດ, ວິລະບູລຸດ, ຜູ້ນຳພັກ-ລັດ ທີ່ປີຊາສາມາດ, ສະຫຼາດສ່ອງໃສ ແລະ ສະດຸງໄວ, ຕັ້ງໜ້າຮ່ຳຮຽນເອົາທັດສະນະແນວຄິດ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ຂອງປະທານ ໄກສອນ ພົມວິຫານ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ປະຊາຊົນບັນດາເຜົ່າໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບປະຫວັດສາດການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງພັກ, ຂອງຊາດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວ, ທັງເປັນການຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າຂອງພັກ ແລະ ມູນເຊື້ອອັນດີງາມຂອງພັກໃຫ້ຍືນຍົງຕະຫຼອດໄປ ແລະ ໃນຕອນທ້າຍ ທ່ານຍັງໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ VI ຕື່ມອີກ.
ຂຽນໂດຍ: ທອງຄຳ ບຸນປັນ.
ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ VII ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງ ຢູ່ທີ່ຫ້ອງປະຊຸມຄະນະກວດກາພັກແຂວງ ພາຍໃຕ້ການເປັນປະທານ ຂອງສະຫາຍ ລຳໄມ ກູດລາວົງ ກຳມະການພັກແຂວງ ເລຂາໜ່ວຍພັກ ແລະ ໃຫ້ເຂົ້າຮ່ວມຂອງສະຫາຍ ວິນັດ ສີສຸວົງ ຄະນະປະຈຳພັກແຂວງ ປະທານກວດກາພັກແຂວງ ແລະ ມີສະມາຊິກພັກເຂົ້າຮ່ວມທັງໝົດ 20 ສະຫາຍ, ຍິງ 13 ສະຫາຍ, ໃນນີ້ ສະມາຊິກພັກສົມບູນ 17 ສະຫາຍ, ຍິງ 11 ສະຫາຍ; ສໍາຮອງ 3 ສະຫາຍ, ຍິງ 2 ສະຫາຍ. ພ້ອມທັງແຂກຖືກເຊີນ ຈຳນວນ 13 ສະຫາຍ. ຜ່ານການດໍາເນີນກອງປະຊຸມດ້ວຍຄວາມເຄັ່ງຮ້ອນ ແລະ ມີຄວາມຮັບຜິດຊອບສູງ ຂອງບັນດາສະຫາຍສະມາຊິກພັກ ກອງປະຊຸມໄດ້ມີຄວາມເປັນເອກະສັນຮັບຮອງເອົາບັນດາເນື້ອໃນດັ່ງນີ້:
I. ຮັບຮອງເອົາບົດລາຍງານການເມືອງຂອງໜ່ວຍພັກ, ຊຶ່ງສະເໜີໂດຍ ສະຫາຍ ລໍາໄມ ກູດລາວົງ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ; ລາຍງານການເມືອງ ໄດ້ທົບທວນຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກ ຊຶ່ງໄດ້ຢັ້ງຢືນວ່າ: ໜ່ວຍພັກ ໄດ້ສູ້ຊົນຜ່ານຜ່າ ແລະ ມີຄວາມພະຍາຍາມ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງຕົນ ກໍຄື ມະຕິ, ຄຳສັ່ງ ຂອງຂັ້ນເທິງ. ຍົກໃຫ້ເຫັນດ້ານດີຜົນໄດ້ຮັບໃນການຊີ້ນຳ-ນຳພາວຽກງານຮອບດ້ານຂອງໜ່ວຍພັກ, ນັບທັງດ້ານການເມືອງ-ແນວຄິດ, ດ້ານການຈັດຕັ້ງ, ດ້ານວິຊາສະເພາະ, ການສ້າງເສດຖະກິດ ແກ້ໄຂຊີວິດການເປັນຢູ່ຂອງສະມາຊິກພັກ, ພະນັກງານ, ການນຳພາອຳນາດລັດ, ອົງການຈັດຕັ້ງມະຫາຊົນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານກໍ່ສ້າງພັກ-ກໍ່ສ້າງພະນັກງານ ໄດ້ມີບາດກ້າວຂະຫຍາຍຕົວດີຂຶ້ນເປັນກ້າວໆມາ.
ວັນທີ 13 ທັນວາ 2019 ໄດ້ຈັດຕັ້ງປາຖະກະຖາ ວັນຄ້າຍວັນເກີດ ຂອງປະທານ ໄກສອນ ພົມວິຫານ ຄົບຮອບ 99 ປີ ແລະ ສິ່ງສຳຄັນ ປະທານຍັງໄດ້ຍົກໃຫ້ເຫັນ ຊີວິດ ແລະ ການເຄືອນໄຫວປະຕິວັດ ຂອງປະທານ ໄກສອນ ພົມວິຫານ, ຜົນງານ ແລະ ຄຸນງາມຄວາມດີ ຂອງປະທານ ໄກສອນ ພົມວິຫານ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດສິນທຳປະຕິວັດ ຂອງປະທານ ໄກສອນ ພົມວິຫານ; ເຊິ່ງມີບັນດາ ພະນັກງານການນຳ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານວິຊາການ ເຂົ້າຮ່ວມທັງໝົດ 206 ທ່ານ, ຍິງ 51 ທ່ານ.
ໃນວັນທີ 6 ທັນວາ 2019 ຄະນະໂຄສະນາອົບຮົມແຂວງ ໄດ້ສົມທົບກັບບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ສາຂາແຂວງວຽງຈັນ ໄດ້ຈັດພິທີປາຖະກະຖາ 2 ວັນປະຫວັດສາດສຳຄັນຄື: ວັນຊາດທີ 2 ທັນວາ ຄົບຮອບ 44 ປີ ແລະ ວັນຄ້າຍວັນເກີດ ຂອງປະທານ ໄກສອນ ພົມວິຫານ ຄົບຮອບ 99 ປີ. ຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນ 2 ຂອງບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ສາຂາແຂວງວຽງຈັນ.
ໜ່ວຍກູໄພ: 1625
ມີ 4 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 36 |
![]() | ມື້ວານນີ້ | 71 |
![]() | ອາທິດນີ້ | 93 |
![]() | ເດືອນນີ້ | 1575 |
![]() | ທັງໝົດ | 101759 |