• ພິທີມອບ - ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ,
  • ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ
  • ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ
  • ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມ
  • ຄະນະໂຄສະນາອົບຮົມແຂວງວຽງຈັນ ເປີດຊຸດ
ພິທີມອບ - ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງວຽງຈັນ

ພິທີມອບ - ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງວຽງຈັນ

ພິທີໄດ້ຈັດຂຶ້ນໃນເຊົ້າວັນທີ 21 ກັນຍາ 2023 ຢູ່ທີ່ຫ້ອງປະຊຸມ ຄະນະກວດກາພັກແຂວງ ພາຍໃຕ້ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ຈັນທະບູນ ໂພສະລາດ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງວຽງຈັນ ແລະ ສະຫາຍ ສີທົນ ແສງພະຈັນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາແຂວງວຽງຈັນ ມີຮອງເລຂາ, ຄະນະໜ່ວຍພັກ, ສະມາຊິກພັກ ພາຍໃນໜ່ວຍພັກ ແລະ ແຂກຕາງໜ້າຄະນະພັກຮາກຖານ, ໜ່ວຍພັກ ພະແນກການອ້ອມຂ້າງ ເຂົ້າຮ່ວມທັງໝົດ 26 ສະຫາຍ, ຍິງ 15 ສະຫາຍ.
ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ ແຂວງວຽງຈັນ ເຂົ້າຮ່ວມພິທີປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມ ປປລ ຄົບຮອບ 68 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງວຽງຈັນ

ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ ແຂວງວຽງຈັນ ເຂົ້າຮ່ວມພິທີປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມ ປປລ ຄົບຮອບ 68 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງວຽງຈັນ

                ໃນຕອນເຊົ້າຂອງວັນທີ 6 ເມສາ 2023 ນີ້ ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ ແຂວງວຽງຈັນ ສະຫາຍເລຂາ, ພ້ອມຄະນະໜ່ວຍ 5 ສະຫາຍ ໄດ້ເຂົ້າຮ່ວມພິທີປາຖະກະຖາຫວນຄືນມູນເຊື້້ອ ວັນສ້າງຕັ້ງຄະນະຊາວໜຸ່ມ ປປລ ຄົບຮອບ 68 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງວຽງຈັນ.
ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2023

ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2023

         ໃນຕອນເຊົ້າ ຂອງວັນທີ 27 ເມສາ 2023, ເວລາ 08:00 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດພິ ທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2023
ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງວຽງຈັນ ຮັບຮອງເອົາໜ່ວຍ 3 ດີ ຄັ້ງທີ 2 ສະໄໝທີ VIII

ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງວຽງຈັນ ຮັບຮອງເອົາໜ່ວຍ 3 ດີ ຄັ້ງທີ 2 ສະໄໝທີ VIII

ພິ​ທີໄດ້ຈັດຂຶ້ນໃນຕອນເຊົ້າເວລາ 8:30 ໂມງ ຂອງວັນທີ 23 ກຸມພາ 2023 ພາຍໃຕ້ການເປັນປະທານຂອງທ່ານ ນາງ ກົງທອງ ແກ້ວວົງເດືອນ ຮອງຫົວໜ້າຂະແໜງສັງລວມ, ຫົວໜ້າໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງ, ເປັນກຽດເຂົ້າຮ່ວມໂດຍທ່ານ ນາງ ມະໄລສີ ທຳມະໂຄດ ກຳມະການພັກແຂວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງແຂວງ, ສະມາຊິກ ສສຊ ຊຸດທີ IX, ທ່ານ ຈັນທະວົງ ບົວລະພັນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມ, ມີສະມາຊິກແມ່ຍິງພາຍໃນໜ່ວຍ ແລະ ບັນດາໜ່ວຍສະຫະພັນແມ່ຍິງອ້ອມຂ້າງເຂົ້າຮ່ວມທັງໝົດ 24 ທ່ານ, ຊາຍ 5 ທ່ານ.
ຄະນະໂຄສະນາອົບຮົມແຂວງວຽງຈັນ ເປີດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ຄະນະຮັບຜິດຊອບທົ່ວເມືອງວຽງຄຳ (ວັນທີ 25-26 ຕຸລາ 2022).

ຄະນະໂຄສະນາອົບຮົມແຂວງວຽງຈັນ ເປີດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ຄະນະຮັບຜິດຊອບທົ່ວເມືອງວຽງຄຳ (ວັນທີ 25-26 ຕຸລາ 2022).

ໃນຕອນເຊົ້າວັນທີ 25 ຕຸລາ 2022 ຄະນະໂຄສະນາອົບຮົມ ແຂວງວຽງຈັນ ໄດ້ເປີດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ຄະນະຮັບຜິດຊອບທົ່ວເມືອງວຽງຄຳ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການ ເມືອງວຽງຄຳ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ແກ້ວໃຈ ພົມມີ ກຳມະການພັກເມືອງ, ຮອງເຈົ້າເມືອງວຽງຄຳ ແລະ ການເຂົ້າຮ່ວມຂອງ ທ່ານ ສຸລະພົນ ພົດມີໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີແຂກຖືກເຊີນຈາກບັນດາຫ້ອງການອ້ອມຂ້າງເມືອງ, ຄະນະຮັບຜິດຊອບຂັ້ນແຂວງ-ເມືອງ ແລະ ນັກສໍາມະນາກອນ ເຂົ້າຮ່ວມທັງໝົດ 55 ທ່ານ, ຍິງ 24 ທ່ານ, ໃນນີ້ ເປັນນັກສຳມະນາກອນ 36 ທ່ານ, ຍິງ 15 ທ່ານ. ຄະນະຮັບຜິດຊອບຊຸດຝຶກອົບຮົມ ໄດ້ນຳເອົາເອກະສານທີ່ສຳຄັນ ແລະ ຈຳເປັນ ຈຳນວນໜຶ່ງເຂົ້າມາສຶກສາ, ຄົ້ນຄວ້າ, ເຊື່ອມຊຶມ ເຊັ່ນ: ບັນຫາພື້ນຖານ ກ່ຽວກັບຫາງສຽງສັງຄົມ, ວິທີການເກັບກຳ ແລະ ການນຳໃຊ້ຫາງສຽງສັງຄົມ ເຂົ້າໃນວຽກງານການເມືອງ-ແນວຄິດ, ຕາໜ່າງເພື່ອນຮ່ວມງານ ແລະ ວຽກງານຄົ້ນຄວ້າສັງລວມ.
Previous
Next

ທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຄະນະໂຄສະນາອົບຮົມ ແຂວງວຽງຈັນ

- ທີ່ຕັ້ງ: ຄະນະໂຄສະນາອົບຮົມແຂວງວຽງ​ຈັນ ຂຽນຊື່ຫຍໍ້ ດ້ວຍຕົວອັກສອນ  (ຄອຮ.ຂຈ ) ແມ່ນ​ອົງ​ການ​ຈັດ​ຕັ້ງ​ໜຶ່ງ​ຂອງ​ພັກ, ມີ​ຖາ​ນະ​ທຽບ​ເທົ່າ​ພະ​ແນກ​ການ ແລະ ອົງ​ການ​ຕ່າງໆ ຂັ້ນ​ແຂວງ.
ພາລະບົດບາດ: ຄະນະໂຄສະນາອົບຮົມແຂວງວຽງ​ຈັນ ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ ກ່ຽວກັບວຽກງານການເມືອງ-ແນວຄິດ, ວຽກງານໂຄສະນາອົບຮົມ, ວຽກງານປາຖະກະຖາ, ວຽກ​ງານ​ສັງ​ລວມ ແລະ ຂໍ້​ມູນ​ຂ່າວ​ສານ ໃນທົ່ວແຂວງ.
ໜ້າທີ່ຂອງ ຄອຮ ຂຈ:
1. ຈັດຕັ້ງເຜີຍແຜ່ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ບັນດາມະຕິກອງປະຊຸມໃຫຍ່ຂອງພັກ, ມະຕິ, ຄໍາສັ່ງຕ່າງໆ ຂອງສູນກາງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ ຖະບານ, ຂອງແຂວງ ໃຫ້ແກ່ພະນັກງານ, ສະມາຊິກພັກ, ທະຫານ, ຕໍາຫຼວດ, ຊັ້ນຄົນປັນຍາຊົນ, ນັກທຸລະ ກິດ, ພໍ່ຄ້າຊາວຂາຍ ແລະ ປະຊາຊົນບັນດາເຜົ່າ ໃນທົ່ວແຂວງ.
2. ຄົ້ນຄວ້າ ຫັນເອົາແນວທາງນະໂຍບາຍຂອງພັກ, ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ ແລະ ແຜນພັດທະນາເສດຖະກິດສັງຄົມ ຂອງແຂວງ ມາເປັນແຜນການ, ແຜນງານ, ໂຄງການລະອຽດຂອງຕົນ ພ້ອມທັງຮັບຜິດຊອບໃນການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
3. ຄົ້ນຄວ້າຮ່າງແຜນຍຸດທະສາດ ກ່ຽວກັບວຽກງານການເມືອງ-ແນວຄິດ, ວຽກງານໂຄສະນາອົບຮົມ, ວຽກງານໂຄສະນາປາຖະກະຖາ  ແລະ ວຽກງານຫາງສຽງສັງຄົມ-ຂໍ້​ມູນ​ຂ່າວ​ສານ ໄລຍະຍາວ ເພື່ອສະເໜີຄະນະປະຈໍາພັກແຂວງ ພິຈາລະນາ.
4. ສ້າງແຜນການ, ໂຄງການລະອຽດ ໃນການບໍາລຸງສ້າງຖັນແຖວພະນັກງານ ຜູ້ທີ່ເຮັດວຽກງານການ ເມືອງ-ແນວຄິດ, ຜູ້ທີ່ເຮັດວຽກງານໂຄສະນາອົບຮົມ, ເຮັດວຽກງານເກັບກໍາຫາງສຽງສັງຄົມ, ນັກໂຄສະນາປາຖະກະຖາ ຂອງບັນດາຂະແໜງການອ້ອມຂ້າງແຂວງ ແລະ ຂັ້ນເມືອງ ພ້ອມທັງຈັດຕັ້ງຝຶກອົບຮົມ.
5. ຈັດຕັ້ງການໂຄສະນາປາຖະກະຖາ, ມູນເຊື້ອໃນໂອກາດວັນສໍາຄັນຂອງຊາດ, ຂອງພັກ, ຂອງທ່ານຜູ້ນໍາ, ສະພາບການທີ່ພົ້ນເດັ່ນຢູ່ພາຍໃນ ແລະ ຕ່າງປະເທດ ໃຫ້ພະນັກງານ, ສະມາຊິກພັກ, ຊັ້ນຄົນປັນຍາຊົນ ແລະ ປະຊາຊົນບັນດາເຜົ່າພາຍໃນແຂວງ.
6. ກໍາແໜ້ນສະພາບແນວຄິດ ແລະ ເກັບກໍາຫາງສຽງສັງຄົມນໍາເປົ້າໝາຍຕ່າງໆ ໃນສັງຄົມຕາມຂອບເຂດສິດ, ໜ້າທີ່ຂອງຕົນ ພ້ອມທັງຄົ້ນຄວ້າວິໄຈ ແລະ ສະເໜີວິທີການແກ້ໄຂ ຕໍ່ຄະນະປະຈໍາພັກແຂວງ ໃຫ້ທິດຊີ້ ນໍາໃນການແກ້ໄຂໃຫ້ຖືກຕ້ອງທັນເວລາ.
7. ຄຸ້ມຄອງລະບົບໄອທີ, ເຕັກນິກ, ຂໍ້ມູນຂ່າວສານ, ເວບໄຊ ຂອງຄະນະໂຄສະນາອົບຮົມແຂວງ ເພື່ອຮັບໃຊ້ໜ້າທີ່ວຽກງານໃຫ້ວ່ອງໄວ ແລະ ທັນການ.
8. ຈັດຕັ້ງໂຄສະນາເຄື່ອນທີ່, ການໂຄສະນາຜ່ານສື່ ແລະ ຕິດພັນໃນການແຈກຢາຍວາລະສານໂຄສະນາ ແລະ ວາລະສານອະລຸນໃໝ່ ເພື່ອເຄື່ອນໄຫວໂຄສະນາ-ນໍາພາແນວຄິດປະຊາຊົນໃຫ້ໄດ້ຢ່າງກວ້າງຂວາງທົ່ວເຖິງ ເປັນຕົ້ນ ໃນຂອບເຂດຈຸດສຸມຂອງແຂວງ.
9. ປະສານສົມທົບກັບບັນດາພະແນກການ, ອົງ​ການ, ກົມ​ກອງ ອ້ອມຂ້າງແຂວງ ແລະ ຄະນະພັກເມືອງ, ຄະນະໂຄສະນາອົບຮົມເມືອງ ເພື່ອສຶກສາອົບຮົມວຽກງານການເມືອງ-ແນຄິດ, ວຽກງານໂຄສະນາອົບຮົມ, ວຽກງານໂຄສະນາປາຖະກະຖາ ແລະ ວຽກງານຫາງສຽງສັງຄົມ ໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ຢ່າງທົ່ວເຖິງ.
10. ສະຫຼຸບຕີລາຄາວຽກງານການເມືອງ-ແນວຄິດ, ຈັດຕັ້ງບໍາລຸງ ແນະນໍາດ້ານວິຊາການ, ສະໜອງເອກະສານທີ່ຈໍາເປັນໃຫ້ຄະນະໂຄສະນາອົບຮົມເມືອງ, ຂະແໜງການອ້ອມຂ້າງແຂວງ.
11. ຂຶ້ນແຜນງົບປະມານ, ຄຸ້ມຄອງຊັບສິນ, ເຮັດວຽກງານບໍລິຫານ-ພິທີການ, ການຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງ, ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ແຜນບໍາລຸງກໍ່ສ້າງພະນັກງານ, ແຜນກໍານົດຕໍາ ແໜ່ງງານ, ການປະຕິບັດນະໂຍບາຍ, ການປະສານງານ, ພົວພັນ ແລະ ສະຫຼຸບວຽກງານຮອບດ້ານຂອງຄະນະໂຄສະນາອົບຮົມແຂວງ ເປັນປົກກະຕິ.
12. ປະ​ສານ​ສົມ​ທົບ​ກັບ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ຂຶ້ນ​ແຜນ​ຝຶກອົບ​ຮົມ​ເປົ້າ​ໝາຍ​ຕ່າງໆ ຕາມ​ທິດ​ຊີ້​ນຳ​ຂອງ​ຄະ​ນະ​ປະ​ຈຳ​ພັກ​ແຂວງ ແລະ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ.
13. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຄະນະປະຈໍາພັກແຂວງ ແລະ ຂັ້ນເທິງ.
+ ຂອບເຂດສິດ.
1. ເຂົ້າຮ່ວມກອງປະຊຸມຄະນະບໍລິງານພັກແຂວງ, ອົງການປົກຄອງແຂວງ, ກອງປະຊຸມຄະນະໂຄສະນາອົບຮົມສູນກາງພັກ ແລະ ກອງປະຊຸມອື່ນໆ ຕາມການຕົກລົງ ຂອງຄະນະປະຈໍາພັກແຂວງ ແລະ ຕາມການເຊີນຂອງອົງການກ່ຽວຂ້ອງ, ປະກອບຄໍາຄິດ ຄໍາເຫັນທີ່ພົວພັນເຖິງວຽກງານການເມືອງ-ແນວຄິດ ວຽກງານໂຄສະນາອົບຮົມ ແລະ ວຽກງານອື່ນໆ ຕາມຄວາມເປັນຈິງ.
2. ອອກຄໍາແນະນໍາ ແລະ ແຈ້ງການຕ່າງໆ ເຖິງຄະນະພັກພະແນກການ, ອົງການ, ກົມ​ກອງຂອງແຂວງ, ແລະ ຄະນະພັກເມືອງ ກ່ຽວກັບການເມືອງ-ແນວຄິດ, ວຽກງານໂຄສະນາອົບຮົມ, ວຽກງານປາຖະກະຖາ ແລະ ວຽກ​ງານ​ຄົ້ນ​ຄວ້າ​ສັງ​ລວມ-ຂໍ້​ມູນ​ຂ່າວ​ສານ ຕາມຄວາມຮັບຜິດຊອບຂອງຕົນ.
3. ສະເໜີການປັບປຸງກົງຈັກການຈັດຕັ້ງ, ການບັນຈຸ, ສັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍ, ຍ້ອງຍໍ, ປະຕິບັດນະໂຍບາຍ ແລະ ປະຕິບັດວິໄນຕໍ່ພະນັກງານ-ລັດຖະກອນ ທີ່ຢູ່ໃຕ້ການຄຸ້ມຄອງຂອງຕົນ ຕາມລະບຽບຫຼັກການກໍານົດໄວ້.
4. ສະເໜີປັບປຸງ ຫຼື ລົບລ້າງມະຕິຕົກລົງ, ຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາ, ແຈ້ງການ ແລະ ນິຕິກໍາອື່ນໆ ກ່ຽວກັບວຽກງານໂຄສະນາອົບຮົມທີ່ຂັດກັບແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ບໍ່ສອດຄ່ອງກັບພາລະບົດບາດ ແລະ ສະພາບຄວາມເປັນຈິງຂອງວຽກງານ.
5. ເຊັນເອກະສານທາງການໄດ້ຕາມພາລະບົດບາດ, ໜ້າທີ່, ສິດ ແລະ ຄວາມຮັບຜິດຊອບຂອງຕົນທີ່ກໍານົດໄວ້.
6. ຈັດຕັ້ງປະຕິບັດງົບປະມານຂອງຂະແໜງການຕົນ ໃຫ້ຖືກຕ້ອງຕາມລະບຽບຫຼັກການ ແລະ ການນໍາໃຊ້ພາຫະນະ, ວັດຖຸອຸປະກອນຕ່າງໆ ທີ່ພັກ-ລັດ ມອບໝາຍໃຫ້ມີປະສິດທິຜົນສູງ.
ກົງຈັກການຈັດຕັ້ງ ປະກອບມີ 4 ຂະແໜງການ ຄື:
1. ຂະແໜງບໍລິຫານ.
2. ຂະແໜງໂຄສະນາ.
3. ຂະແໜງອົບຮົມ.
4. ຂະແໜງສັງລວມ ແລະ ຂໍ້ມູນຂ່າວສານ.
- ໂຄງປະກອບບຸກຄະລາກອນ.
1. ຫົວໜ້າຄະນະໂຄສະນາອົບຮົມແຂວງ ມີ 1 ທ່ານ, ມີຄວາມຮັບຜິດຊອບຕໍ່ຄະນະບໍລິຫານງານພັກແຂວງ, ຄະນະປະຈໍາພັກແຂວງ ກ່ຽວກັບວຽກງານການເມືອງ-ແນວຄິດ ແລະ ວຽກງານໂຄສະນາອົບຮົມ; ການຄຸ້ມຄອງພະນັກງານ ຕາມຄວາມຮັບຜິດຊອບ ແລະ ມີສິດໜ້າທີ່ຕາມພາລະບົດບາດທີ່ໄດ້ກໍານົດໄວ້, ໃນເວລາຕິດຂັດພາລະກິດຕ້ອງມອບໃຫ້ຮອງຫົວໜ້າຄະນະໂຄສະນາອົບຮົມສະຫາຍໃດໜຶ່ງເປັນຜູ້ຮັກສາການແທນ.
2. ມີຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຈໍານວນໜຶ່ງ ເປັນຜູ້ຊ່ວຍ ຫົວໜ້າຄະນະໂຄສະນາອົບຮົມ ໃນການຊີ້ນໍາວຽກງານຂອງຕົນ, ຮັບຜິດຊອບວຽກງານໃດໜຶ່ງ ຕາມການມອບໝາຍຂອງຫົວໜ້າຄະນະໂຄສະນາອົບຮົມ, ມີຄວາມຮັບຜິດຊອບໂດຍກົງຕໍ່ຜົນສໍາເລັດ, ຂໍ້ຂາດຕົກບົກຜ່ອງໃນວຽກງານທີ່ຕົນເອງຊີ້ນໍາ ແລະ ເປັນຜູ້ຮັກສາການແທນໃນເວລາຫົວໜ້າຕິດຂັດ.
3. ມີຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ພະນັກງານ-ລັດຖະກອນ ຈໍານວນໜຶ່ງຕາມການກໍານົດຕໍາແໜ່ງງານ.
--------------------------------------------------------------------------
ຄັດມາຈາກ: ມະຕິຕົກລົງ ຂອງຄະນະປະຈຳພັກແຂວງວຽງຈັນ ສະບັບເລກທີ 059 / ຄປພວຈ, ລົງວັນທີ 1 ມີນາ 2023 ວ່າດ້ວຍ ທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ, ໂຄງປະກອບກົງຈັກການຈັດຕັ້ງ, ຫຼັກການ ແລະ ແບບແຜນວິທີເຮັດວຽກ ຂອງຄະນະໂຄສະນາອົບຮົມແຂວງວຽງຈັນ.
By Admin: Sird Yamyouan.

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1122
ໜ່ວຍກູ້ໄພ:   1625
ໄຟຟ້າ:          1199
ນໍ້າປະປາ:      1169

 

ຈຳນວນຄົນອອນໄລ໌ທ

ມີ 3  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

211584
ມື້ນີ້ມື້ນີ້30
ມື້ວານນີ້ມື້ວານນີ້370
ອາທິດນີ້ອາທິດນີ້766
ເດືອນນີ້ເດືອນນີ້1243
ທັງໝົດທັງໝົດ211584

ວີດີໂອ....