• ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ
  • ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ
  • ຄະນະໂຄສະນາອົບຮົມແຂວງວຽງຈັນ ຍົກສູງຄ
  • ກອງປະຊຸມໃຫຍ່ໜ່ວຍຮາກຖານຊາວໜຸ່ມ ຄະນະ
  • ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມ
ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ ແຂວງວຽງຈັນ ເຂົ້າຮ່ວມພິທີປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມ ປປລ ຄົບຮອບ 68 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງວຽງຈັນ

ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ ແຂວງວຽງຈັນ ເຂົ້າຮ່ວມພິທີປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມ ປປລ ຄົບຮອບ 68 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງວຽງຈັນ

                ໃນຕອນເຊົ້າຂອງວັນທີ 6 ເມສາ 2023 ນີ້ ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ ແຂວງວຽງຈັນ ສະຫາຍເລຂາ, ພ້ອມຄະນະໜ່ວຍ 5 ສະຫາຍ ໄດ້ເຂົ້າຮ່ວມພິທີປາຖະກະຖາຫວນຄືນມູນເຊື້້ອ ວັນສ້າງຕັ້ງຄະນະຊາວໜຸ່ມ ປປລ ຄົບຮອບ 68 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງວຽງຈັນ.
ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2023

ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2023

         ໃນຕອນເຊົ້າ ຂອງວັນທີ 27 ເມສາ 2023, ເວລາ 08:00 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດພິ ທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2023
ຄະນະໂຄສະນາອົບຮົມແຂວງວຽງຈັນ ຍົກສູງຄວາມຮູ້ຄວາມສາມາດວຽກງານວິຊາສະເພາະດ້ານການຂຽນບົດຄວາມ-ບົດຂ່າວ, ການຕັດຕໍ່ສຽງ-ພາບ ໃຫ້ພະນັກງານຂອງຕົນ.

ຄະນະໂຄສະນາອົບຮົມແຂວງວຽງຈັນ ຍົກສູງຄວາມຮູ້ຄວາມສາມາດວຽກງານວິຊາສະເພາະດ້ານການຂຽນບົດຄວາມ-ບົດຂ່າວ, ການຕັດຕໍ່ສຽງ-ພາບ ໃຫ້ພະນັກງານຂອງຕົນ.

ໃນຕອນເຊົ້າວັນທີ 17 ຕຸລາ 2022 ຄະນະໂຄສະນາອົບຮົມແຂວງ ໄດ້ຈັດຝຶກອົບຮົມວຽກງານສື່ມວນຊົນ (ດ້ານການຂຽນບົດຄວາມ-ບົດຂ່າວ, ການຕັດຕໍ່ສຽງ-ພາບ) ໃຫ້ພະນັກງານ ພາຍໃນຄະນະໂຄສະນາອົບຮົມແຂວງ ຢູ່ທີ່ຫ້ອງປະຊຸມຄະນະກວດກາພັກແຂວງ ໂດຍມີນັກວິທະຍາກອນຈາກ ພະແນກຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ແລະ ນັກສຳມະນາກອນ ຈາກຄະນະໂຄສະນາອົບຮົມແຂວງ, ມີຜູ້ເຂົ້າຮ່ວມທັງໝົດ 11 ທ່ານ, ຍິງ 7 ທ່ານ. ຊຸດຝຶກອົບຮົມຄັ້ງນີ້; ໃຫ້ກຽດເປັນປະທານໂດຍ ທ່ານ ນ. ຮັ່ງລີ່ ແກ້ວວິໄລສັກ ຮອງຫົວໜ້າຄະນະໂຄສະນາອົບຮົມ ແຂວງວຽງຈັນ ແລະ ການເຂົ້າຮ່ວມຂອງ ທ່ານ ສຳພັນ ມະນີຈັນ ຮອງຫົວໜ້າພະແນກຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງວຽງຈັນ. ຈຸດປະສົງການຝຶກອົບຮົມ ເພື່ອຍົກລະດັບຄວາມຮູ້ ຄວາມສາມາດ ທາງດ້ານວິຊາສະເພາະ ໃນການຂຽນບົດຄວາມ-ບົດຂ່າວ, ການຕັດຕໍ່ສຽງ-ພາບ ໃຫ້ສອດຄ່ອງກັບວຽກງານຕົວຈິງ ຂອງເວັບໄຊ໌ຄະນະໂຄສະນາອົບຮົມແຂວງວຽງຈັນ, ວິທະຍາກອນ ໄດ້ເອົາໃຈໃສ່ບັນຍາຍເອກະສານ, ສິດສອນວຽກງານຕົວຈິງ ດ້ວຍຄວາມຮັບຜິດຊອບສູງ ແລະ ນັກສຳມະນາກອນທຸກທ່ານ ກໍໄດ້ພ້ອມກັນເອົາໃຈໃສ່, ຕັ້ງໜ້າຮໍ່າຮຽນຢ່າງເປັນເຈົ້າການ ເຮັດໃຫ້ການຝຶກອົບຮົມໄດ້ຮັບຜົນ ຕາມລະດັບຄາດໝາຍທີ່ວາງໄວ້.
ກອງປະຊຸມໃຫຍ່ໜ່ວຍຮາກຖານຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງວຽງຈັນ ຄັ້ງທີ III

ກອງປະຊຸມໃຫຍ່ໜ່ວຍຮາກຖານຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງວຽງຈັນ ຄັ້ງທີ III

           ກອງປະຊຸມໃຫຍ່ໜ່ວຍຮາກຖານຊາວໝຸ່ມຄະນະໂຄສະນາອົບຮົມແຂວງວຽງຈັນ ຄັ້ງທີ III ໄດ້ໄຂຂຶ້ນໃນວັນທີ 24 ເດືອນ ມີນາ ປີ 2023, ເວລາ 08 : 00 ໂມງ ທີ່ຫ້ອງປະຊຸມຄະນະກວດກາພັກແຂວງວຽງຈັນ. ກອງປະຊຸມໃນຄັ້ງນີ້ ມີສະມາຊິກຊາວໝຸ່ມເຂົ້າຮ່ວມທັງໝົດ 17 ສະຫາຍ, ຍິງ 12 ສະຫາຍ
ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງວຽງຈັນ ຮັບຮອງເອົາໜ່ວຍ 3 ດີ ຄັ້ງທີ 2 ສະໄໝທີ VIII

ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງວຽງຈັນ ຮັບຮອງເອົາໜ່ວຍ 3 ດີ ຄັ້ງທີ 2 ສະໄໝທີ VIII

ພິ​ທີໄດ້ຈັດຂຶ້ນໃນຕອນເຊົ້າເວລາ 8:30 ໂມງ ຂອງວັນທີ 23 ກຸມພາ 2023 ພາຍໃຕ້ການເປັນປະທານຂອງທ່ານ ນາງ ກົງທອງ ແກ້ວວົງເດືອນ ຮອງຫົວໜ້າຂະແໜງສັງລວມ, ຫົວໜ້າໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງ, ເປັນກຽດເຂົ້າຮ່ວມໂດຍທ່ານ ນາງ ມະໄລສີ ທຳມະໂຄດ ກຳມະການພັກແຂວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງແຂວງ, ສະມາຊິກ ສສຊ ຊຸດທີ IX, ທ່ານ ຈັນທະວົງ ບົວລະພັນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມ, ມີສະມາຊິກແມ່ຍິງພາຍໃນໜ່ວຍ ແລະ ບັນດາໜ່ວຍສະຫະພັນແມ່ຍິງອ້ອມຂ້າງເຂົ້າຮ່ວມທັງໝົດ 24 ທ່ານ, ຊາຍ 5 ທ່ານ.
Previous
Next

ຝືກອົບອົບຮົມພະນັກງານບຳນານ

       

                                                                                               ເມືອງ ກາສີ 

                ຄະ​ນະ​ໂຄສະນາ​ອົບຮົມ​ແຂວງ​ວຽງຈັນ ​ໄດ້​ເປີດ​ກອງ​ປະຊຸມ​ວຽກງານ​ການ​ເມືອງ-​ແນວ​ຄິດ​ໃຫ້​ພະນັກງານ​ບຳນານ​ຢູ່ 2 ຕົວ​ເມືອງ​ຄື: ​ເມືອງ​ການ​ສີ ​ແລະ ​ເມືອງ​ແມດ ຄັ້ງວັນ​ທີ 5-6 ມີນາ 2019 ​ໂດຍ​ມີ​ພະນັກງານ​ບຳນານ ​ແລະ ຂະ​ແໜງການ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ​ທັງໝົດ 96 ທ່ານ, ຍິງ 11​ ທ່ານ ​ໃນ​ນີ້​ເມືອງ ກາສີ ມີ 73​ ທ່ານ, ຍິງ 9 ທ່ານ ​ແລະ ​ເມືອງ​ແມດ ມີ 23​ ທ່ານ, ຍິງ 2 ທ່ານ​ ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ທ່ານ ຈັນ​ແປງ ດວງ​ພະຈັນ ກຳມະການ​ພັກ​ແຂວງ, ຫົວໜ້າຄະນະ​ໂຄສະນາ​ອົບຮົມ​ແຂວງ ກອງ​ປະຊຸມ​ໄດ້​ນຳ​ໃຊ້​ເອກະສານທີ່​ສຳຄັນ 3 ​ເອກະສານ​ ມາ​ບັນຍາຍ​ຕໍ່​ກອງ​ປະຊຸມ​ຄື:

-      ​ເອກະສານ​ ຖານະບົດບາດ​ຂອງ​ພະ​ນັກ​ງານ​ບຳນານ

-      ​ເອກະສານ ພັນທະ, ​ໜ້າທີ່ຂອງ​ພະນັກງານ​ບຳນານ.

-      ​ເອກະສານ ບາງ​ເນື້ອ​ໃນ​ຈິດ​ໃຈ​ມະຕິກອງ​ປະຊຸມ​ໃຫ່ຍຄັ້ງທີ X ຂອງ​ພັກ.

         ກອງ​ປະຊຸມ​ໄດ້​ມີ​ການ​ແລກປ່ຽນຄຳ​ຄິດ​ຄຳ​ເຫັນ​ສ້າງ​ຄວາມ​ເປັນ​ເອກະ​ພາບ​ສູງ​ຕໍ່​ເນື້ອ​ໃນ​ກອງ​ປະຊຸມ​ເຮັດ​ໃຫ້​ມີ​ການບັນຍາ​ກາດຟົດ​ຟື່ນພໍ​ສົ​ມຄວນ ຈາກ​ການ​ດຳ​ເນີນ​ກອງ​ປະ​ຊຸມຄັ້ງນີ້​ເຫັນ​ວ່າໄດ້​ຍົກ​ລະດັບ​ຄວາມ​ຮູ້​, ຄວາມ​ສາ​ມາດ, ສ້າງ​ສະຕິ​ຄວາມ​ເປັນ​ເຈົ້າ​ການ​ແລະ  ສ້າງ​ຄວາມ​ເປັນ​ເອກະ​ພາບ​ສູງ ຕໍ່​ຖານະ​ບົດ​ບາດ, ​ພັນທະ, ໜ້າທີ່​ຂອງ​ພະນັກງານ​ບຳ ນານ​ຢ່າງ​ກ້ວາງ​ຂວາງ ​ແລະ ​ເລີກ​ເຊິ່ງ.

 

                                              ເມືອງແມດ

 

 

 

 

 

 

 

 

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1122
ໜ່ວຍກູ້ໄພ:   1625
ໄຟຟ້າ:          1199
ນໍ້າປະປາ:      1169

 

ຈຳນວນຄົນອອນໄລ໌ທ

ມີ 46  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

201915
ມື້ນີ້ມື້ນີ້214
ມື້ວານນີ້ມື້ວານນີ້177
ອາທິດນີ້ອາທິດນີ້641
ເດືອນນີ້ເດືອນນີ້16929
ທັງໝົດທັງໝົດ201915

ວີດີໂອ....