• ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ
  • ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ
  • ຄະນະໂຄສະນາອົບຮົມແຂວງວຽງຈັນ ຍົກສູງຄ
  • ກອງປະຊຸມໃຫຍ່ໜ່ວຍຮາກຖານຊາວໜຸ່ມ ຄະນະ
  • ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມ
ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ ແຂວງວຽງຈັນ ເຂົ້າຮ່ວມພິທີປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມ ປປລ ຄົບຮອບ 68 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງວຽງຈັນ

ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ ແຂວງວຽງຈັນ ເຂົ້າຮ່ວມພິທີປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມ ປປລ ຄົບຮອບ 68 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງວຽງຈັນ

                ໃນຕອນເຊົ້າຂອງວັນທີ 6 ເມສາ 2023 ນີ້ ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ ແຂວງວຽງຈັນ ສະຫາຍເລຂາ, ພ້ອມຄະນະໜ່ວຍ 5 ສະຫາຍ ໄດ້ເຂົ້າຮ່ວມພິທີປາຖະກະຖາຫວນຄືນມູນເຊື້້ອ ວັນສ້າງຕັ້ງຄະນະຊາວໜຸ່ມ ປປລ ຄົບຮອບ 68 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງວຽງຈັນ.
ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2023

ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2023

         ໃນຕອນເຊົ້າ ຂອງວັນທີ 27 ເມສາ 2023, ເວລາ 08:00 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດພິ ທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2023
ຄະນະໂຄສະນາອົບຮົມແຂວງວຽງຈັນ ຍົກສູງຄວາມຮູ້ຄວາມສາມາດວຽກງານວິຊາສະເພາະດ້ານການຂຽນບົດຄວາມ-ບົດຂ່າວ, ການຕັດຕໍ່ສຽງ-ພາບ ໃຫ້ພະນັກງານຂອງຕົນ.

ຄະນະໂຄສະນາອົບຮົມແຂວງວຽງຈັນ ຍົກສູງຄວາມຮູ້ຄວາມສາມາດວຽກງານວິຊາສະເພາະດ້ານການຂຽນບົດຄວາມ-ບົດຂ່າວ, ການຕັດຕໍ່ສຽງ-ພາບ ໃຫ້ພະນັກງານຂອງຕົນ.

ໃນຕອນເຊົ້າວັນທີ 17 ຕຸລາ 2022 ຄະນະໂຄສະນາອົບຮົມແຂວງ ໄດ້ຈັດຝຶກອົບຮົມວຽກງານສື່ມວນຊົນ (ດ້ານການຂຽນບົດຄວາມ-ບົດຂ່າວ, ການຕັດຕໍ່ສຽງ-ພາບ) ໃຫ້ພະນັກງານ ພາຍໃນຄະນະໂຄສະນາອົບຮົມແຂວງ ຢູ່ທີ່ຫ້ອງປະຊຸມຄະນະກວດກາພັກແຂວງ ໂດຍມີນັກວິທະຍາກອນຈາກ ພະແນກຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ແລະ ນັກສຳມະນາກອນ ຈາກຄະນະໂຄສະນາອົບຮົມແຂວງ, ມີຜູ້ເຂົ້າຮ່ວມທັງໝົດ 11 ທ່ານ, ຍິງ 7 ທ່ານ. ຊຸດຝຶກອົບຮົມຄັ້ງນີ້; ໃຫ້ກຽດເປັນປະທານໂດຍ ທ່ານ ນ. ຮັ່ງລີ່ ແກ້ວວິໄລສັກ ຮອງຫົວໜ້າຄະນະໂຄສະນາອົບຮົມ ແຂວງວຽງຈັນ ແລະ ການເຂົ້າຮ່ວມຂອງ ທ່ານ ສຳພັນ ມະນີຈັນ ຮອງຫົວໜ້າພະແນກຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງວຽງຈັນ. ຈຸດປະສົງການຝຶກອົບຮົມ ເພື່ອຍົກລະດັບຄວາມຮູ້ ຄວາມສາມາດ ທາງດ້ານວິຊາສະເພາະ ໃນການຂຽນບົດຄວາມ-ບົດຂ່າວ, ການຕັດຕໍ່ສຽງ-ພາບ ໃຫ້ສອດຄ່ອງກັບວຽກງານຕົວຈິງ ຂອງເວັບໄຊ໌ຄະນະໂຄສະນາອົບຮົມແຂວງວຽງຈັນ, ວິທະຍາກອນ ໄດ້ເອົາໃຈໃສ່ບັນຍາຍເອກະສານ, ສິດສອນວຽກງານຕົວຈິງ ດ້ວຍຄວາມຮັບຜິດຊອບສູງ ແລະ ນັກສຳມະນາກອນທຸກທ່ານ ກໍໄດ້ພ້ອມກັນເອົາໃຈໃສ່, ຕັ້ງໜ້າຮໍ່າຮຽນຢ່າງເປັນເຈົ້າການ ເຮັດໃຫ້ການຝຶກອົບຮົມໄດ້ຮັບຜົນ ຕາມລະດັບຄາດໝາຍທີ່ວາງໄວ້.
ກອງປະຊຸມໃຫຍ່ໜ່ວຍຮາກຖານຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງວຽງຈັນ ຄັ້ງທີ III

ກອງປະຊຸມໃຫຍ່ໜ່ວຍຮາກຖານຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງວຽງຈັນ ຄັ້ງທີ III

           ກອງປະຊຸມໃຫຍ່ໜ່ວຍຮາກຖານຊາວໝຸ່ມຄະນະໂຄສະນາອົບຮົມແຂວງວຽງຈັນ ຄັ້ງທີ III ໄດ້ໄຂຂຶ້ນໃນວັນທີ 24 ເດືອນ ມີນາ ປີ 2023, ເວລາ 08 : 00 ໂມງ ທີ່ຫ້ອງປະຊຸມຄະນະກວດກາພັກແຂວງວຽງຈັນ. ກອງປະຊຸມໃນຄັ້ງນີ້ ມີສະມາຊິກຊາວໝຸ່ມເຂົ້າຮ່ວມທັງໝົດ 17 ສະຫາຍ, ຍິງ 12 ສະຫາຍ
ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງວຽງຈັນ ຮັບຮອງເອົາໜ່ວຍ 3 ດີ ຄັ້ງທີ 2 ສະໄໝທີ VIII

ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງວຽງຈັນ ຮັບຮອງເອົາໜ່ວຍ 3 ດີ ຄັ້ງທີ 2 ສະໄໝທີ VIII

ພິ​ທີໄດ້ຈັດຂຶ້ນໃນຕອນເຊົ້າເວລາ 8:30 ໂມງ ຂອງວັນທີ 23 ກຸມພາ 2023 ພາຍໃຕ້ການເປັນປະທານຂອງທ່ານ ນາງ ກົງທອງ ແກ້ວວົງເດືອນ ຮອງຫົວໜ້າຂະແໜງສັງລວມ, ຫົວໜ້າໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງ, ເປັນກຽດເຂົ້າຮ່ວມໂດຍທ່ານ ນາງ ມະໄລສີ ທຳມະໂຄດ ກຳມະການພັກແຂວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງແຂວງ, ສະມາຊິກ ສສຊ ຊຸດທີ IX, ທ່ານ ຈັນທະວົງ ບົວລະພັນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມ, ມີສະມາຊິກແມ່ຍິງພາຍໃນໜ່ວຍ ແລະ ບັນດາໜ່ວຍສະຫະພັນແມ່ຍິງອ້ອມຂ້າງເຂົ້າຮ່ວມທັງໝົດ 24 ທ່ານ, ຊາຍ 5 ທ່ານ.
Previous
Next

ພິທີເລື່ອນສະມາຊິກພັກໃຫມ່

 

        ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 17 ກໍລະກົດ  2019 ຄະນະ​ໂຄສະນາ​ອົບຮົມ​ແຂວງ​ວຽງຈັນ​​ ໄດ້​ຈັດ​ພິທີ​​ເລື່ອນ​ສະມາຊິກ​ພັກ​ສຳຮອງ​ຂື້ນ​​ເປັນ​ສະມາຊິກ​ພັກສົມ​ບູນຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ ຢູ່​ທີ່​ຫ້ອງ​ປະຊຸມຂອງ​ຄະນະ​ກວດກາ​ພັກ-ລັດ​ແຂວງ ​ໂດຍ​​ໃຫ້​ກຽດ​ເປັນ​ປະທານ​ຂອງ​ສະຫາຍ ຈັນ​ແປງ ດວງ​ພະຈັນ ກຳມະການ​ພັກ​ແຂວງ, ​ເລຂາໜ່ວຍພັກ, ຫົວໜ້າຄະນະ​ໂຄສະນາ​ອົບຮົມ​ແຂວງ, ​ມີຮອງ​ເລຂາ, ຄະນະ​ພັກ,  ​ສະມາຊິກ​ພັກ​ສົມບູນ ​ແລະ ສຳຮອງພາຍ​ໃນ​ຄະນະ​ໂຄສະນາ​ອົບຮົມ​ແຂວງ, ຕາງໜ້າຄະນະ​ຈັດຕັ້ງ​ແຂວງ,​ ຄະນະກວດກາ​ພັກ-ລັດ​ແຂວງ ​ແລະ ​ແຂກ​ເຂົ້າ​ຮ່ວມ​ທັງໝົດ 22 ​ສະຫາຍ, ຍິງ15 ສະຫາຍ ​ໃນ​ພິທີ​ດັ່ງກ່າວ​ສະຫາຍ ຈັນທະ​ວົງ ບົວ​ລະ​ພັນ ຮອງ​ເລຂາໜ່ວຍພັກ​ຂື້ນ​ຜ່ານ​ມະຕິ​ຕົກລົງຂອງ​ຄະນະ​ປະຈຳ​ພັກ​ແຂວງ ສະບັບ​ເລກທີ087/ຄປພ.ວຈ, ລົງ​ວັນ​ທີ 18 ພຶດສະພາ 2019 ກ່ຽວກັບ​ການ​ອານຸມັດ​ເລື່ອນ​ສະມາຊິກ​ພັກ​ສຳຮອງ​ຂື້ນ​ເປັນ​ສະມາຊິກ​ພັກ​ສົມ​ບູນຂອງ​ພັກ​ປະຊາຊົນ​ປະ ຕິວັດ​ລາວ ​ເຊີ່ງ​ໄດ້​ອານຸມັດ​ເລື່ອນ​ສະຫາຍ ນ. ຫົງ​ຄຳ ບົວລະ​ພັນ ສະມາຊິກ​ພັກ​ສຳຮອງ​ສັງກັດ​ຢູ່ໜ່ວຍພັກ​ຄະນະ​ໂຄສະນາ​ອົບຮົມ​ແຂວງ ຂື້ນ​ເປັນ​ສະມາຊິກ​ພັກ​ສົມບູນ.

        ​ໃນ​ພິທີ​ດັ່ງກ່າ​ວສະຫາຍ ຈັນ​ແປງ ດວງ​ພະຈັນ ກຳມະການ​ພັກ​ແຂວງ, ​ເລຂາໜ່ວຍພັກ​ໄດ້​ໃຫ້ກຽດຂື້ນ​ຮັບ​ສະມາຊິກ​ພັກ​ສົມ​ບູນ​ໃໝ່ພ້ອມ​ທັງ​ໃຫ້​ກຽດ​ໂອ​ລົມ ​ແລະ ​ໃຫ້​ທິດ​ຊີ້​ນຳ​ໃນ​ການ​ຝຶກ​ຝົນ​ຫຼໍ່ຫຼອມຕົນ​ເອງ​ໃຫ້​ເປັນ​ສະມາຊິກ​ພັກ​ສົມບູນ​ຜູ້ດີ​ເດັ່ນ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ.

 

                                                                                                                                          ຂຽນໂດຍ: ສຸລິຍາ ເພັດວິໄຊ

 

 

 

 

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1122
ໜ່ວຍກູ້ໄພ:   1625
ໄຟຟ້າ:          1199
ນໍ້າປະປາ:      1169

 

ຈຳນວນຄົນອອນໄລ໌ທ

ມີ 44  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

201915
ມື້ນີ້ມື້ນີ້214
ມື້ວານນີ້ມື້ວານນີ້177
ອາທິດນີ້ອາທິດນີ້641
ເດືອນນີ້ເດືອນນີ້16929
ທັງໝົດທັງໝົດ201915

ວີດີໂອ....