• ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ
  • ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ
  • ຄະນະໂຄສະນາອົບຮົມແຂວງວຽງຈັນ ຍົກສູງຄ
  • ກອງປະຊຸມໃຫຍ່ໜ່ວຍຮາກຖານຊາວໜຸ່ມ ຄະນະ
  • ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມ
ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ ແຂວງວຽງຈັນ ເຂົ້າຮ່ວມພິທີປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມ ປປລ ຄົບຮອບ 68 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງວຽງຈັນ

ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ ແຂວງວຽງຈັນ ເຂົ້າຮ່ວມພິທີປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມ ປປລ ຄົບຮອບ 68 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງວຽງຈັນ

                ໃນຕອນເຊົ້າຂອງວັນທີ 6 ເມສາ 2023 ນີ້ ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ ແຂວງວຽງຈັນ ສະຫາຍເລຂາ, ພ້ອມຄະນະໜ່ວຍ 5 ສະຫາຍ ໄດ້ເຂົ້າຮ່ວມພິທີປາຖະກະຖາຫວນຄືນມູນເຊື້້ອ ວັນສ້າງຕັ້ງຄະນະຊາວໜຸ່ມ ປປລ ຄົບຮອບ 68 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງວຽງຈັນ.
ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2023

ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2023

         ໃນຕອນເຊົ້າ ຂອງວັນທີ 27 ເມສາ 2023, ເວລາ 08:00 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດພິ ທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2023
ຄະນະໂຄສະນາອົບຮົມແຂວງວຽງຈັນ ຍົກສູງຄວາມຮູ້ຄວາມສາມາດວຽກງານວິຊາສະເພາະດ້ານການຂຽນບົດຄວາມ-ບົດຂ່າວ, ການຕັດຕໍ່ສຽງ-ພາບ ໃຫ້ພະນັກງານຂອງຕົນ.

ຄະນະໂຄສະນາອົບຮົມແຂວງວຽງຈັນ ຍົກສູງຄວາມຮູ້ຄວາມສາມາດວຽກງານວິຊາສະເພາະດ້ານການຂຽນບົດຄວາມ-ບົດຂ່າວ, ການຕັດຕໍ່ສຽງ-ພາບ ໃຫ້ພະນັກງານຂອງຕົນ.

ໃນຕອນເຊົ້າວັນທີ 17 ຕຸລາ 2022 ຄະນະໂຄສະນາອົບຮົມແຂວງ ໄດ້ຈັດຝຶກອົບຮົມວຽກງານສື່ມວນຊົນ (ດ້ານການຂຽນບົດຄວາມ-ບົດຂ່າວ, ການຕັດຕໍ່ສຽງ-ພາບ) ໃຫ້ພະນັກງານ ພາຍໃນຄະນະໂຄສະນາອົບຮົມແຂວງ ຢູ່ທີ່ຫ້ອງປະຊຸມຄະນະກວດກາພັກແຂວງ ໂດຍມີນັກວິທະຍາກອນຈາກ ພະແນກຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ແລະ ນັກສຳມະນາກອນ ຈາກຄະນະໂຄສະນາອົບຮົມແຂວງ, ມີຜູ້ເຂົ້າຮ່ວມທັງໝົດ 11 ທ່ານ, ຍິງ 7 ທ່ານ. ຊຸດຝຶກອົບຮົມຄັ້ງນີ້; ໃຫ້ກຽດເປັນປະທານໂດຍ ທ່ານ ນ. ຮັ່ງລີ່ ແກ້ວວິໄລສັກ ຮອງຫົວໜ້າຄະນະໂຄສະນາອົບຮົມ ແຂວງວຽງຈັນ ແລະ ການເຂົ້າຮ່ວມຂອງ ທ່ານ ສຳພັນ ມະນີຈັນ ຮອງຫົວໜ້າພະແນກຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງວຽງຈັນ. ຈຸດປະສົງການຝຶກອົບຮົມ ເພື່ອຍົກລະດັບຄວາມຮູ້ ຄວາມສາມາດ ທາງດ້ານວິຊາສະເພາະ ໃນການຂຽນບົດຄວາມ-ບົດຂ່າວ, ການຕັດຕໍ່ສຽງ-ພາບ ໃຫ້ສອດຄ່ອງກັບວຽກງານຕົວຈິງ ຂອງເວັບໄຊ໌ຄະນະໂຄສະນາອົບຮົມແຂວງວຽງຈັນ, ວິທະຍາກອນ ໄດ້ເອົາໃຈໃສ່ບັນຍາຍເອກະສານ, ສິດສອນວຽກງານຕົວຈິງ ດ້ວຍຄວາມຮັບຜິດຊອບສູງ ແລະ ນັກສຳມະນາກອນທຸກທ່ານ ກໍໄດ້ພ້ອມກັນເອົາໃຈໃສ່, ຕັ້ງໜ້າຮໍ່າຮຽນຢ່າງເປັນເຈົ້າການ ເຮັດໃຫ້ການຝຶກອົບຮົມໄດ້ຮັບຜົນ ຕາມລະດັບຄາດໝາຍທີ່ວາງໄວ້.
ກອງປະຊຸມໃຫຍ່ໜ່ວຍຮາກຖານຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງວຽງຈັນ ຄັ້ງທີ III

ກອງປະຊຸມໃຫຍ່ໜ່ວຍຮາກຖານຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງວຽງຈັນ ຄັ້ງທີ III

           ກອງປະຊຸມໃຫຍ່ໜ່ວຍຮາກຖານຊາວໝຸ່ມຄະນະໂຄສະນາອົບຮົມແຂວງວຽງຈັນ ຄັ້ງທີ III ໄດ້ໄຂຂຶ້ນໃນວັນທີ 24 ເດືອນ ມີນາ ປີ 2023, ເວລາ 08 : 00 ໂມງ ທີ່ຫ້ອງປະຊຸມຄະນະກວດກາພັກແຂວງວຽງຈັນ. ກອງປະຊຸມໃນຄັ້ງນີ້ ມີສະມາຊິກຊາວໝຸ່ມເຂົ້າຮ່ວມທັງໝົດ 17 ສະຫາຍ, ຍິງ 12 ສະຫາຍ
ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງວຽງຈັນ ຮັບຮອງເອົາໜ່ວຍ 3 ດີ ຄັ້ງທີ 2 ສະໄໝທີ VIII

ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງວຽງຈັນ ຮັບຮອງເອົາໜ່ວຍ 3 ດີ ຄັ້ງທີ 2 ສະໄໝທີ VIII

ພິ​ທີໄດ້ຈັດຂຶ້ນໃນຕອນເຊົ້າເວລາ 8:30 ໂມງ ຂອງວັນທີ 23 ກຸມພາ 2023 ພາຍໃຕ້ການເປັນປະທານຂອງທ່ານ ນາງ ກົງທອງ ແກ້ວວົງເດືອນ ຮອງຫົວໜ້າຂະແໜງສັງລວມ, ຫົວໜ້າໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງ, ເປັນກຽດເຂົ້າຮ່ວມໂດຍທ່ານ ນາງ ມະໄລສີ ທຳມະໂຄດ ກຳມະການພັກແຂວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງແຂວງ, ສະມາຊິກ ສສຊ ຊຸດທີ IX, ທ່ານ ຈັນທະວົງ ບົວລະພັນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມ, ມີສະມາຊິກແມ່ຍິງພາຍໃນໜ່ວຍ ແລະ ບັນດາໜ່ວຍສະຫະພັນແມ່ຍິງອ້ອມຂ້າງເຂົ້າຮ່ວມທັງໝົດ 24 ທ່ານ, ຊາຍ 5 ທ່ານ.
Previous
Next

​ກອງ​ປະ​ຊ​ູ​ມໃຫ່​ຍ​ໜ່ວຍ​ພັກ

                ຄະນະໂຄສະນາອົບຮົມແຂວງວ​ຽງຈັນ ໄດ້ເປີດກອງ​ປະ​ຊຸມໃຫຍ່ ຄັ້ງທີ VII ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງ ຢູ່ທີ່ຫ້ອງປະຊຸມຄະນະກວດກາພັກແຂວງ ພາຍ​ໃຕ້​ການ​ເປັນ​ປະ​ທານ ຂອງ​ສະ​ຫາຍ ລຳ​ໄມ ກູດ​ລາ​ວົງ ກຳ​ມະ​ການ​ພັກ​ແຂວງ ເລ​ຂາ​ໜ່ວຍ​ພັກ ແລະ ໃຫ​້​ເຂົ້າ​ຮ່ວມ​ຂອງ​ສະ​ຫາຍ ວິ​ນັດ ສີ​ສຸ​ວົງ ຄະ​ນະ​ປະ​ຈຳ​ພັກ​ແຂວງ ​ປະ​ທານກວດ​ກາ​ພັກ​ແຂວງ ແລະ ມີ​ສະ​ມາ​ຊິກ​ພັກ​ເຂົ້າ​ຮ່ວມ​ທັງ​ໝົດ 20 ສະຫາຍ, ຍິງ 13 ສະຫາຍ,   ໃນນີ້ ສະມາຊິກພັກສົມບູນ 17 ສະຫາຍ, ຍິງ 11 ສະຫາຍ; ສໍາຮອງ 3 ສະຫາຍ, ຍິງ 2 ສະຫາຍ. ພ້ອມທັງແຂກຖືກເຊີນ ຈຳນວນ 13 ສະຫາຍ.  ຜ່ານການດໍາເນີນກອງປະຊຸມດ້ວຍຄວາມເຄັ່ງຮ້ອນ ແລະ ມີຄວາມຮັບຜິດຊອບສູງ ຂອງບັນດາສະຫາຍສະມາຊິກພັກ ກອງປະຊຸມໄດ້ມີຄວາມເປັນເອກະສັນຮັບຮອງເອົາບັນ​ດາ​ເນື້ອ​ໃນດັ່ງນີ້:

       I. ຮັບຮອງເອົາບົດລາຍງານການເມືອງຂອງໜ່ວຍພັກ, ຊຶ່ງສະເໜີໂດຍ ສະຫາຍ ລໍາໄມ        ກູດລາວົງ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ;  ລາຍງານການເມືອງ ໄດ້ທົບທວນຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກ ຊຶ່ງໄດ້ຢັ້ງຢືນວ່າ: ໜ່ວຍພັກ ໄດ້ສູ້ຊົນຜ່ານຜ່າ ແລະ ມີຄວາມພະຍາຍາມ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງຕົນ ກໍຄື ມະຕິ, ຄຳສັ່ງ ຂອງຂັ້ນເທິງ.  ຍົກໃຫ້ເຫັນດ້ານດີຜົນໄດ້ຮັບໃນການຊີ້ນຳ-ນຳພາວຽກງານຮອບດ້ານຂອງໜ່ວຍພັກ, ນັບທັງດ້ານການເມືອງ-ແນວຄິດ, ດ້ານການຈັດຕັ້ງ, ດ້ານວິຊາສະເພາະ, ການສ້າງເສດຖະກິດ ແກ້ໄຂຊີວິດການເປັນຢູ່ຂອງສະມາຊິກພັກ, ພະນັກງານ, ການນຳພາອຳນາດລັດ, ອົງການຈັດຕັ້ງມະຫາຊົນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານກໍ່ສ້າງພັກ-ກໍ່ສ້າງພະນັກງານ ໄດ້ມີບາດກ້າວຂະຫຍາຍຕົວດີຂຶ້ນເປັນກ້າວໆມາ.

           

             ບັນດາຜົນງານທີ່ກ່າວມາຂ້າງເທິງນັ້ນ ແມ່ນໝາກຜົນລວມຍອດແຫ່ງສະຕິປັນຍາ, ຄວາມບຸກບືນຂອງຄະນະພັກ, ສະມາຊິກພັກ, ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ ໃນການຈັດຕັ້ງປະຕິ ບັດແນວທາງປ່ຽນແປງໃໝ່ຂອງພັກ ຢ່າງຖືກຕ້ອງ, ສອດຄ່ອງ ກັບສະພາບຈຸດພິເສດ ຂອງໜ່ວຍພັກ ຕົນ, ພາຍໃນພັກມີຄວາມສາມັກຄີເປັນປຶກແຜ່ນ ແໜ້ນໜາ, ມີຄວາມບາກບັ່ນ ສູ້ຊົນຜ່ານຜ່າທຸກອຸປະສັກຫຍຸ້ງຍາກ, ເຊີດຊູຈິດໃຈຮັກຊາດ - ຮັກລະບອບໃໝ່, ອີກດ້ານໜຶ່ງແມ່ນ ຍ້ອນການຊີ້ນຳ-ນຳພາຈາກຄະນະປະຈຳພັກແຂວງ, ຄະນະພັກໂຄສະນາອົບຮົມສູນກາງພັກ, ດ້ານໜຶ່ງ ຍ້ອນການພົວພັນປະສານສົມທົບຢ່າງກົມກຽວ, ການອຸ້ມຊູຊ່ວຍເຫຼືອຈາກອົງການຈັດຕັ້ງທີ່ກ່ຽວຂ້ອງ ຈຶ່ງເຮັດໃຫ້ພວກເຮົາມີຜົນສໍາເລັດຕະຫຼອດມາ.

         ຄຽງຄູ່ກັບດ້ານດີ, ຜົນງານທີ່ກ່າວມາຂ້າງເທິງນັ້ນ, ລາຍງານການເມືອງກໍຍົກໃຫ້ເຫັນຢ່າງຈະແຈ້ງ ກ່ຽວກັບດ້ານອ່ອນ, ຂໍ້ຄົງຄ້າງ ແລະ ສາເຫດ ທີ່ພາໃຫ້ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ກໍຄື ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກວາງອອກບາງດ້ານບໍ່ທັນໄດ້ຮັບຜົນ, ການກຳແໜ້ນ ເຊື່ອມຊຶມແນວທາງນະໂຍບາຍຂອງພັກ ໃນຖັນແຖວສະມາຊິກພັກ, ພະນັກງານ ບໍ່ທັນເລິກເຊິ່ງ, ຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການຂອງຄະນະພັກ, ສະມາຊິກພັກ, ພະນັກງານ ບາງຄັ້ງຍັງບໍ່ທັນສູງ, ການເສີມຂະຫຍາຍຫົວຄິດປະດິດສ້າງ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບບໍ່ທັນ  ກ້ວາງຂວາງ, ແບບແຜນວິທີເຮັດວຽກ, ວິທີນຳພາກໍ່ຍັງບໍ່ທັນດີເທົ່າທີ່ຄວນ.

        ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ, ການຍົກສູງຄຸນນະພາບວຽກງານຂອງຄະນະໂຄສະນາອົບຮົມແຂວງ ໃນສະເພາະໜ້າ ແລະ ຍາວນານ, ບົນພື້ນຖານຈຸດພິເສດ, ສະພາບຄວາມເປັນຈິງ, ບົດຮຽນການນຳພາຂອງໜ່ວຍພັກທີ່ຜ່ານມາ, ລາຍງານການເມືອງໄດ້ກຳນົດຄາດໝາຍສູ້ຊົນໃນຊຸມປີຕໍ່ໜ້າ ກໍຄື ແຕ່ນີ້ຫາກອງປະຊຸມໃຫຍ່ ຄັ້ງຕໍ່ໜ້າ ດັ່ງນີ້:

        1.  ສ້າງໃຫ້ລະບົບກະແສແນວຄິດຂອງສະມາຊິກພັກ, ພະນັກງານຢູ່ພາຍໃນຄະນະໂຄສະນາອົບ ຮົມແຂວງ ກາຍເປັນກະແສແນວຄິດທີ່ມີຄວາມເອກະພາບກັບແນວທາງນະໂຍບາຍ, ອຸດົມການຂອງພັກຢ່າງໜັກແໜ້ນ, ເດັດດ່ຽວບຸກທະລຸທາງດ້ານຈິນຕະນາການໃຫ້ກາຍເປັນຮູບປະທຳຕົວຈິງ.

     2.  ຍົກສູງຄຸນນະພາບວຽກງານວິຊາສະເພາະຂອງແຕ່ລະຂະແໜງການ ກ້າວສູ່ບາດກ້າວໃໝ່ທີ່ມີຄຸນນະພາບ ບົນພື້ນຖານການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຍຸດທະສາດໃນການພັດທະນາວຽກງານແນວຄິດ ແຕ່ປີ 2016 - 2020, 2025 ແລະ ວິໄສທັດຮອດປີ 2030 ໃຫ້ມີປະສິດທິຜົນ ຕິດພັນກັບການສູ້ຊົນພັດທະນາເສດຖະກິດ ແກ້ໄຂຊີວິດການເປັນຢູ່ຂອງສະມາຊິກພັກ, ພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງໃຫ້ແຂງແຮງ ຕາມທິດເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

      3. ສູ້ຊົນປັບປຸງກົງຈັກການຈັດຕັ້ງ, ອົງການຈັດຕັ້ງມະຫາຊົນຢູ່ພາຍໃນຄະນະໂຄສະນາອົບຮົມແຂວງ, ໂຄສະນາອົບຮົມເມືອງ ໃຫ້ມີຄວາມເຂັ້ມແຂງ, ກາຍເປັນເສນາທິການທາງດ້ານການເມືອງ ໃຫ້ແກ່ອົງຄະນະພັກແຕ່ລະຂັ້ນຢ່າງໜັກແໜ້ນ.

    4.   ສູ້ຊົນເຮັດໃຫ້ສຳນັກງານຫ້ອງການຂອງຕົນ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະ ຫງົບປອດໄພຮອບດ້ານຢ່າງໜັກແໜ້ນ.ສູ້ຊົນເຮັດໃຫ້ໜ່ວຍພັກ, ສະມາຊິກພັກ ກາຍເປັນແກນນຳຢູ່ພາຍໃນຄະນະໂຄສະນາອົບຮົມແຂວງຢ່າງໜັກແໜ້ນ, ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ໄດ້ຢ່າງໝັ້ນຄົງ; ສືບຕໍ່ເສີມຂະຫຍາຍການຮ່ວມມືກັບຄະນະໂຄສະນາອົບຮົມແຂວງຮາຍເຢືອງ ແລະ ແຂວງຮ່ວມມືອື່ນໆ ຂອງ ສສ ຫວຽດນາມ ບົນພື້ນຖານບົດບັນທຶກຊ່ວຍຈຳທີ່ທາງສອງຝ່າຍໄດ້ລົງນາມຮ່ວມກັນໄວ້.

        II. ກອງປະຊຸມໃຫຍ່ ໄດ້ຮັບຟັງບົດສຳຫຼວດການນຳພາລວມຂອງຄະນະໜ່ວຍພັກ, ໄດ້ຕີລາຄາສູງຄວາມບາກບັ່ນພະຍາຍາມ, ຄວາມສາມາດປະດິດສ້າງຂອງຄະນະພັກ ໃນການຊີ້ນຳ-ນຳພາຈັດຕັ້ງປະຕິບັດວຽກງານຮອບດ້ານ ກໍຄື ການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງຕົນ ບັນລຸຜົນສຳ ເລັດໃນແຕ່ລະໄລຍະເປັນກ້າວໆມາ.

           III. ກອງປະຊຸມໃຫຍ່ ໄດ້ເລືອກຕັ້ງຄະນະພັກຊຸດໃໝ່ ເພື່ອຊີ້ນຳ-ນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງໜ່ວຍພັກ ໃຫ້ເກີດໝາກຜົນຕົວຈິງ ລະອຽດ ດັ່ງນີ້:

1. ສະຫາຍ ລໍາໄມ ກູດລາວົງ

2. ສະຫາຍ ຈັນທະວົງ ບົວລະພັນ.

3. ສະຫາຍ ນ ມະນີຈັນ ທໍາມະໂຄດ

- ກອງປະຊຸມຄັ້ງປະຖົມມະລຶກ ໄດ້ຕົກລົງ ດັ່ງນີ້:

 1. ສະຫາຍ ລໍາໄມ ກູດລາວົງ                        ເປັນເລຂາໜ່ວຍພັກ.

 2. ສະຫາຍ ຈັນທະວົງ ບົວລະພັນ                   ເປັນຮອງເລຂາ.

 3. ສະຫາຍ ນ ມະນີຈັນ ທໍາມະໂຄດ                 ເປັນຄະນະ.

- ເລືອກເອົາປະທານກວດກາ, ຮອງປະທານກວດກາ ແລະ ຜູ້ຊ່ວຍວຽກກວດກາ ດັ່ງນີ້:

 1. ສະຫາຍ ຈັນທະວົງ ບົວລະພັນ           ເປັນປະທານກວດກາ.

 2. ສະຫາຍ ພູຄໍາ ກອງແພງຕາ             ເປັນຮອງປະທານກວດກາ

3. ສະຫາຍ ດາວວອນ ດວງມາລາ           ເປັນຜູ້ຊ່ວຍວຽກກວດກາ.

ພ້ອມນີ້ ກອງປະຊຸມ ກໍໄດ້ຄັດເລືອກເອົາຜູ້ແທນໄປຮ່ວມກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງວຽງຈັນ ຄັ້ງທີ VI ດັ່ງມີລາຍຊື່ລຸ່ມນີ້:

1. ສະຫາຍ ຈັນທະວົງ ບົວລະພັນ          ເປັນຜູ້ແທນສົມບຸນ.

2. ສະຫາຍ ນ ມະນີຈັນ ທໍາມະໂຄດ        ເປັນຜູ້ແທນສຳຮອງ.

       IV. ກອງປະຊຸມໃຫຍ່ ໄດ້ຮັບກຽດຢ່າງສູງທີ່ໄດ້ຕ້ອນຮັບ ແລະ ຟັງການໂອ້ລົມ ແນະນຳຕັກເຕືອນຈາກ ສະຫາຍ ວິນັດ ສີສຸວົງ ຄະນະປະຈໍາພັກແຂວງ, ປະທານກວດກາພັກແຂວງວຽງຈັນ  ຊຶ່ງໄດ້ໃຫ້ທິດຊີ້ນໍາຢ່າງເລິກເຊິ່ງ ກ່ຽວກັບການເຄື່ອນໄຫວຂອງໜ່ວຍພັກ ແລະ ສະມາຊິກພັກຂອງພວກເຮົາໃນປະຈຸບັນ ແລະ ໃນຕໍ່ໜ້າ.

        V. ກອງປະຊຸມໃຫຍ່ ໄດ້ຮຽກຮ້ອງໃຫ້ຄະນະພັກ, ສະມາຊິກພັກທຸກສະຫາຍ ຈົ່ງຍົກສູງ ເພີ່ມທະວີຄວາມສາມັກຄີພາຍໃນພັກຢ່າງໜັກແໜ້ນ, ຕັ້ງໜ້າຄົ້ນຄ້ວາເຊື່ອມຊຶມເນື້ອໃນ ຈິດໃຈ ຂອງກອງປະຊຸມ ກໍຄື ມະຕິກອງປະຊຸມໃຫຍ່ຄັ້ງນີ້ ຢ່າງເລິກເຊິ່ງ, ຫັນເປັນແຜນການ, ໂຄງການອັນລະອຽດໃນແຕ່ລະໄລຍະ ເພື່ອນຳພາຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດຢ່າງຈົບງາມ.

 

 

 

                                                                                                                            ຂຽນ​ໂດຍ: ສຸ​ລິຍ​າ ເພັດ​ວິ​ໄຊ

 

 

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1122
ໜ່ວຍກູ້ໄພ:   1625
ໄຟຟ້າ:          1199
ນໍ້າປະປາ:      1169

 

ຈຳນວນຄົນອອນໄລ໌ທ

ມີ 6  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

201911
ມື້ນີ້ມື້ນີ້210
ມື້ວານນີ້ມື້ວານນີ້177
ອາທິດນີ້ອາທິດນີ້637
ເດືອນນີ້ເດືອນນີ້16925
ທັງໝົດທັງໝົດ201911

ວີດີໂອ....