( ຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມທົ່ວແຂວງວຽງຈັນ )
ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ເປີດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ໄດ້ໄຂຂຶ້ນໃນເວລາ 8:00 ໂມງ ຂອງວັນທີ 17 ມິຖຸນາ 2019 ທີ່ຫ້ອງປະຊຸມເບີ 2 ຫ້ອງການປົກຄອງແຂວງ, ໂດຍການໃຫ້ກຽດເຂົ້າຮ່ວມທ່ານ ນ ສິງຄຳ ຄົງສະຫວັນ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆວຽງຈັນ, ທ່ານ ນ ແສງຕານ ແກ້ວອິນດາປິງ, ຫົວໜ້າ ກົມສັງລວມຂອງຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ຈັນແປງ ດວງພະຈັນ, ກຳມະການພັກແຂວງ, ຫົວໜ້າ ຄະນະໂຄສະນາອົບ ຮົມແຂວງ ຊຸດຝຶກອົບຮົມຄັ້ງນີ້; ມີຜູ້ເຂົ້າຝຶກອົບຮົມທັງໝົດ 77 ທ່ານ, ຍິງ 23 ທ່ານ,ໃນນີ້; ພະແນກການ, ອົງການ ກົມກອງ 42 ທ່ານຍິງ 8 ທ່ານ, ບັນດາເມືອງ 11 ທ່ານ, ຍິງ 2 ທ່ານ ແລະ ຄະນະໂຄສະນາອົບຮົມແຂວງ 24 ທ່ານ, ຍິງ 13 ທ່ານ. ຊຸດຝຶກອົບຮົມໄດ້ນໍາເອົາເອກະສານທີ່ສຳຄັນ ແລະ ຈໍາເປັນຈໍານວນໜຶ່ງເຂົ້າມາສຶກສາ, ຄົ້ນຄວ້າ, ເຊື່ອມຊຶມ ເຊັ່ນ: ບັນຫາພື້ນຖານກ່ຽວກັບຫາງສຽງສັງຄົມ ວິທີການເກັບກຳ, ການນຳໃຊ້ຫາງສຽງສັງຄົມເຂົ້າໃນວຽກງານການເມືອງ-ແນວຄິດຕາໜ່າງເພື່ອນຮ່ວມງານ ແລະ ວຽກງານຄົ້ນຄວ້າສັງລວມ
( ພິທີມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນ )
+ ຜ່ານຊຸດຝຶກອົບຮົມສາມາດຕີລາຄາຜົນໄດ້ຮັບ
ຜ່ານການບັນຍາຍເອກະສານຈົບແລ້ວ ກໍໄດ້ມີການແລກປ່ຽນຄຳຄິດຄຳເຫັນ ແຕ່ລະພາກສ່ວນ ກໍ່ໄດ້ສະເໜີ ຫຼາຍບັນຫາຂຶ້້ນມາ ຕໍ່ກັບເນື້້ອໃນຊຸດຝຶກອົບຮົມຄັ້ງນີ້ ເພື່ອນຳໄປແກ້ໄຂ ແລະ ປັບປຸງ ໃຫ້ມັນດີຂຶ້ນກ່ວາເກົ່າໃນຕໍ່ໜ້າ ຊຸດຝຶກອົບຮົມຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນຄື້: ອັນທີໜຶ່ງ ເປັນການກະຕຸກຊຸ້ຍູ້ ເພື່ອໃຫ້ມີຄວາມຕື່ນຕົວ ເປັນ ເຈົ້າການນຳກັນໃນການຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ຕີຖ້ອຍທຳ ນອງບິດເບືອນອັນບໍດີ ຂອງ ສັດຕູ, ທີ່ຜິດຕໍ່ລະບຽບກົດໝາຍຂອງລັດ ພວກເຮົາຕ້ອງຈຳແນກໄດ້ມິດ-ສັດຕູຢ່າງຈະແຈ້ງ, ຄົ້ນຄ້ວາ, ເຊື່ອມຊຶມ ກຳແໜ້ນຫຼັກມູນທາງດ້ານທິດສະດີ-ແນວທາງຂອງພັກ ເພື່ອຖອນຖອນບົດຮຽນ ແລະ ໝູນໃຊ້ ເຂົ້າໃນການປະຕິບັດ ໜ້າທີ່ວຽກງານຂອງຕົນ, ໃນຕອນທ້າຍ ກໍ່ມີການມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນເຮັດໃຫ້ມີບັນຍາກາດຝົດ ຟື້ນ, ຊຸດຝຶກອົບຮົມຄັ້ງນີ້; ໄດ້ປິດລົງໃນຕອນເຊົ້າຂອງວັນທີ 19 ມິຖຸນາ 2019 ເວລາ 11:30 ໂດຍຮັບກຽດເຂົ້າຮ່ວມ ໂອລົມ ກ່າວປິດໂດຍທ່ານ ຄຳພັນ ສິດທິດຳພາ, ເລຂາ ພັກແຂວງ, ເຈົ້າແຂວງໆວຽງຈັນ, ຊຶ່ງທ່ານໄດ້ຕີລາຄາສູງ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຊຸດຝຶກອົບຮົມຄັ້ງນີ້ ພ້ອມກັນນັ້ນກໍ່ໄດ້ສະແດງຄວາມເປັນຫ່ວງ ເປັນໄຍ ແລະ ມີຄວາມເຫັນຊີ້ນຳຫຼາຍບັນຫາຕໍ່ວຽກງານຕິດຕາມ, ເກັບກຳສະພາບແນວຄິດຫາງສຽງ-ສັງ ຄົມກໍ່ຄືວຽກງານການເມືອງ-ແນວຄິດໃນຕໍ່ໜ້າ.
( ຮູບພາບລວມຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ )
ຜູ້ລາຍງານຂ່າວ
ນ ຈັນທາວະດີ ຊະນະວົງໄຊ